← Mister Universe Laos 2026 - National Costume
ຊື່ຊຸດ: ເຈົ້າຟ້າຫລວງ ຊຽງກອງ

LUANG NAMTHA - ຫລວງນ້ຳທາ

ຊື່ຊຸດ: ເຈົ້າຟ້າຫລວງ ຊຽງກອງ

ອາຈີ້ນ - ຂຸນພິທັກ ລາຕິສະຫວັດ

@NationalCostume

15 ຄະແນນໂຫວດ
ຊາຍ

ຮູ້ຈັກໃຫ້ຫລາຍຂຶ້ນ

ຊື່ຊຸດ: ເຈົ້າຟ້າຫລວງ ຊຽງກອງ |ອອກແບບ: ຂຸນພິທັກ ລາຕີສະຫວັດ|ຕັດຫຍິບ: ຫ້ອງເສື້ອ ໝື່ນນາ ຜ້າໄໝ | ເນື້ອໃນຊຸດ: ໃນປີ 1889 ພະເຈົ້າສາລິນໍຄຳ ເຈົ້າຊີວິດເມືອງສີງ ໄດ້ສົ່ງລາດສະສານໄປຫາເຈົ້າຊີວິດຫລວງພະບາງ ລ້ານຊ້າງຮົ່ມຂາວ ເພື່ອ ມາຕໍ່ສູ້ປົກປ້ອງດິນເເດນເມືອງສີງ ຈາກຈັກກະພັດອັງກິດ ເຈົ້າຊີວິດຫລວງພະບາງຈຶ່ງສົ່ງ ພະຍາຊຽງກອງ ຜູ້ທີ່ ມີວິຊາການຕໍ່ສູ້ ທີ່ເກັ່ງກ້າສາມາດ ແລະ ກ້ອນກຳລັງຈຳນວນຫນື່ງ ໄປສູ້ລົບຈົນໄດຮັບໄຊຊະນະ ປີ1907, ພາຍຫຼັງທີ່ ພະເຈົ້າສາລິນໍຄຳໄດ້ສິ້ນພະຊົນລົງ ທາງເມືອງສີງຈຶ່ງອັນເຊີນ ເຈົ້າຟ້າຊາຍຊຽງກອງ ຈາກຫລວງພະບາງ ລ້ານຊ້າງຮົ່ມຂາວ ມາຂື້ນປະທັບບັນລັງເປັນ ເຈົ້າຟ້າຫລວງອົງໃຫ່ມ ທີ່ປະຊາຊົນເຄົາລົບຮັກ, ຍ້ອນຄຸ້ນງາມຄວາມດີ ແລະເປັນເຈົ້າຟ້າຫລວງອົງສຸດທ້າຍ ກ່ອນຈະຂື້ນເປັນເມືອງຫົວທາ ກາຍເປັນແຂວງຫລວງນຳ້ທາ ຮອດປະຈຸບັນນີ້, ຊຸດແຕ່ງກາຍນີ້ ຈຳລອງສະເຫມືອນຈິງຈາກເອກະສານທາງປະຫວັດສາດ ນັກອອກແບບໄດ້ສືກສາຢ່າງເລິກເຊິ່ງ ເສື້ອເກາະທອງຄຳ ເປັນເສື້ອຂອງກະສັດເມືອງສີງ ຜ້າຄຽງຫົວທອງຄຳ ຈະໃສ່ແຕ່ເຈົ້າຟ້າຫລວງເທົ່ານັ້ນ ດັງນັ້ນຊຸດນີ້ ທັງຫມົດເຮັດຈາກທອງຄຳ ທັງໝົດເກືອບ3ກີໂລ. ບາງເຄື່ອງປະດັບເປັນເຄື່ອງແຫ່ງປະຫວັດສາດທີ່ປະເມີນຄ່າບໍ່ໄດ້, ຜ້າປົກຫລັງເປັນຜ້າທີ່ ໄດ້ແຊມໂລກ ແລະ ຖືກຂື້ນທະບຽນເປັນຂອງພິພິຕະພັນລະດັບໂລກ ເຊິ່ງອອກແບບໂດຍ ຂຸນພິທັກ ລາຕີສະຫວັດ. ຈາກຫ້ອງເສື້ອຫມື່ນນາຜ້າໄຫມ, ມ້າມະນີກາບເປັນມ້າຄູ່ກາຍ ກັບເຈົ້າຟ້າຫລວງຊຽງກອງ ມ້າຈະເປັນສີຂາວ ຊົງໂຕຈະສັ້ນ ບໍ່ສູງຫລາຍ. ຈັດທຳໂດຍ ທະນາວີນ ຂັດຕິຍະຣາດ. ປະດັບເຄື່ອງຊົງດ້ວຍດິ້ງຈາກ ເຈົ້າຕິ້ງ ພັດທະນາ.

ເລືອກ Package ໂຫວດ

ເລືອກ Package ໂຫວດ

ປິດການໂຫວດສຳລັບເວທີນີ້ແລ້ວ.