← Mister Universe Laos 2026 - National Costume
ຊື່ຊຸດ: ທົດສະກັນຜ່ອງອຳໄພ ພູວະໄນ ແຫ່ງຫຼວງພະບາງ

LUANG PRABANG - ຫລວງພະບາງ

ຊື່ຊຸດ: ທົດສະກັນຜ່ອງອຳໄພ ພູວະໄນ ແຫ່ງຫຼວງພະບາງ

ແຈັກກີ່ - ອາວອຍ ຄົງສະຫວັນ

@NationalCostume

20 ຄະແນນໂຫວດ
ຊາຍ

ຮູ້ຈັກໃຫ້ຫລາຍຂຶ້ນ

ຊື່ຊຸດ: ທົດສະກັນຜ່ອງອຳໄພ ພູວະໄນ ແຫ່ງຫຼວງພະບາງ | ອອກແບບ: ສິຣິໄຊ ສຸຂະຜົນ | ຕັດຫຍິບ: ຫ້ອງເສື້ອ ຄູນຮັ່ງ & ໂຂນເທບພາລັກ, ຕິ່ງນ່ອຍໆ | ເນື້ອໃນຊຸດ: ໄດ້ຮັບແຮງບັນດານໃຈມາຈາກ "ທົດສະກັນ" ທົດສະກັນເປັນຕົວລະຄອນຍັກທີ່ສຳຄັນໃນການສະແດງລະຄອນ “ພຣະລັກ ພຣະລາມ”ອັນເປັນມໍລະດົກວັດທະນະທຳອັນລ້ຳຄ່າຂອງຊາວນະຄອນຫຼວງພະບາງ ທີ່ຖືກສືບທອດມາແຕ່ຍຸກສະໄໝກ່ອນ ຈົນເຖິງປັດຈຸບັນ ເຊີ່ງຕົວລະຄອນນີ້ ແມ່ນໜຶ່ງໃນຕົວລະຄອນເອກທີ່ມີບົດບາດສຳຄັນທີ່ສຸດໃນເລື່ອງລາມມະກຽນ. ເປັນຍັກທີ່ມີ 10 ໜ້າ 20 ມື, ມີລິດເດດຫຼາຍ ແລະ ມີຊີວິດເປັນອຳມະຕະ. ໃນອີກມຸມໜຶ່ງ,ທົດສະກັນກໍມີຄວາມຮັກອັນຍິ່ງໃຫຍ່ ແລະ ແຮງກ້າ ຍ້ອນຄວາມຫຼົງໄຫຼໃນຄວາມງາມຂອງນາງສີດາ. ທົດສະກັນຈຶ່ງບໍ່ແມ່ນພຽງແຕ່ຕົວຮ້າຍທົ່ວໄປ, ແຕ່ເປັນຕົວແທນຂອງ 'ໂລບ, ໂກດ, ຫຼົງ' ທີ່ສະແດງໃຫ້ເຫັນວ່າ ເຖິງຈະມີອຳນາດຍິ່ງໃຫຍ່ພຽງໃດ, ຖ້າປ່ອຍໃຫ້ກິເລດຄອບງຳ, ບັ້ນທ້າຍຊີວິດກໍຕ້ອງພົບກັບຄວາມພິນາດ. ໂດຍການນຳເອົາຄວາມດັ່ງເດີມຂອງເຄື່ອງແຕ່ງກາຍຂອງທົດສະກັນ ມາປະຍຸກໃຊ້ໃຫ້ເຂົ້າກັບຍຸກສະໄໝ.

ເລືອກ Package ໂຫວດ

ເລືອກ Package ໂຫວດ

ປິດການໂຫວດສຳລັບເວທີນີ້ແລ້ວ.