← Mister Universe Laos 2026 - National Costume
ຊື່ຊຸດ: ນັກຮົບແຫ່ງສາຍໝອກ

PHONGSALY - ຜົ້ງສາລີ

ຊື່ຊຸດ: ນັກຮົບແຫ່ງສາຍໝອກ

ທອງ - ທອງວັນ ແດງວິລະເສນ

@NationalCostume

10 ຄະແນນໂຫວດ
ຊາຍ

ຮູ້ຈັກໃຫ້ຫລາຍຂຶ້ນ

ຊື່ຊຸດ: ນັກຮົບແຫ່ງສາຍໝອກ | ອອກແບບ: ອະນຸສັກ ໄຊຍະສອນ | ຕັດຫຍິບ: ບົວນໍ້າ ຈັນທະພູວົງ | ເນື້ອໃນຊຸດ: ຈາກດິນແດນເໜືອສຸດຂອງປະເທດລາວ ສູ່ເວທີ Mister Universe Laos 2026 ຊຸດນີ້ໄດ້ຮັບແຮງບັນດານໃຈຈາກຊົນເຜົ່າຜູນ້ອຍເກັບຊາ 400 ປີ ຂອງເມືອງຜົ້ງສາລີ ພ້ອມກັບການຟ້ອນລໍາດາບຂອງເຜົ່າຜູນ້ອຍ ທີ່ສະທ້ອນເຖິງຄວາມແຂງແຂງແຮງຂອງຜູ້ຄົນທີ່ບໍ່ຢ້ານກົວຕໍ່ອຸປະສັກ ແລະ ຄວາມສະຫງ່າງາມຂອງຮີດຂອງປະເພນີ. ສີດຳ ສື່ເຖີງນ້ຳໃຈຄວາມດຸຫມັ່ນອົດທົນ ຂອງຊາວຜູນ້ອຍເທິງພູປ່າເຂົາ ແລະ ສີແດງສື່ເຖິງຜົນຜະລິດທີ່ໄດ້ມາ ຈາກຄວາມສວຍງາມດັ່ງດວງດາວທີ່ປະດັບໃນຮ່າງກາຍອັນສະແດງອອກໂດຍຜ່ານຕຸ້ມສີແດງເສີດສາຍຄືກັບຄວາມປະສົບຜົນສຳເລັດ ສ່ວນຜ້າສີຂາວພັນອ້ອມຕົວສື່ເຖິງທະເລໝອກຂອງແຂວງ ເນື່ອງຈາກເວລາຊາວຜົ້ງສາລີເກັບຊາຈະມີສາຍລົມຂອງທະເລໝອກພັດຜ່ານເຮັດໃຫ້ຈິດໃຈເບີກບານມ່ວນຊື່ນມີກຳລັງໃຈເຮັດວຽກງານ ເຊິ່ງເປັນເອກະລັກທີ່ຂຶ້ນຊື່ລືຊາ ແລະ ໂດດເດັ່ນຂອງແຂວງ. ຊຸດນີ້ຈຶ່ງບໍ່ແມ່ນພຽງແຕ່ “ນັກຮົບ” ແຕ່ເປັນຕົວແທນຂອງຜູ້ພິທັກຮັກສາຜືນແຜ່ນດິນ ຮີດຄອງປະເພນີ ແລະ ຄວາມຊົງຈຳ ຜ່ານສາຍໝອກຈາກພູສູງສູ່ໂລກກວ້າງ.

ເລືອກ Package ໂຫວດ

ເລືອກ Package ໂຫວດ

ປິດການໂຫວດສຳລັບເວທີນີ້ແລ້ວ.