VANG VIENG - ວັງວຽງ
ຊື່ຊຸດ: ໝາກກ້ຽງຫວານເມືອງວັງວຽງ
ໝູແຮ໋ມ - ເກດແກ້ວ ແສງສະຫວ່າງວົງ
@NationalCostume
ຮູ້ຈັກໃຫ້ຫລາຍຂຶ້ນ
ຊື່ຊຸດ: ໝາກກ້ຽງຫວານເມືອງວັງວຽງ | ອອກແບບ ແລະ ຕັດຫຍິບ: ບຸນທະວີ ເທບບູລີ ບຸນເທບ | ເນື້ອໃນຊຸດ: ໄດ້ຮັບແຮງບັນດານໃຈຈາກການດໍາລົງຊີວິດຂອງ ຊົນເຜົ່າມົ້ງ ຢູ່ເມືອງວັງວຽງ ທ່າມກາງປ່າໄມ້ສີຂຽວ ແລະ ສາຍນ້ຳຊ່ອງ ຂອງເມືອງວັງວຽງ. ຊຸດເນັ້ນໂທນ ສີຂາວ-ແດງ. ສີຂາວສື່ເຖິງຄວາມບໍລິສຸດ ຄວາມສະຫງົບ ແລະ ຈິດໃຈທີ່ສະອາດ. ສີແດງ ສື່ເຖິງຄວາມກ້າ ແລະ ຫົວໃຈທີ່ສູ້ບໍ່ຖອຍ. ເຄື່ອງປະດັບເງິນ ສະທ້ອນມໍລະດົກ ຄຸນຄ່າ ຄວາມຮັ່ງມີ ແລະ ເອກະລັກດັ້ງເດີມຂອງຊົນເຜົ່າ. ນອກຈາກນັ້ນ ຊຸດຍັງສະແດງເຖິງຄວາມພາກພູມໃຈໃນ ໝາກກ້ຽງຫວານ ຜະລິດຕະພັນຂຶ້ນຊື່ຂອງວັງວຽງ ທີ່ມີລົດຊາດຫອມຫວານ ໃຫ້ຄວາມສົດຊື່ນ. ຊຸດຖືກ ປະຍຸກໃຫ້ທັນສະໄໝ ໂດຍຮັກສາລາຍຜ້າທີ່ເປັນເອກະລັກ ແລະ ຕົກແຕ່ງດັ້ງເດີມໄວ້ ເປັນສັນຍາລັກຂອງຊາຍລາວຍຸກໃໝ່ ທີ່ກ້າວໄປຂ້າງໜ້າ ໂດຍບໍ່ລືມຮາກເຫງົ້າ ລວມເອົາ ທຳມະຊາດ ວັດທະນະທຳ ແລະ ຫັດຖະກຳພື້ນເມືອງ ໄວ້ໃນຊຸດດຽວຢ່າງລົງຕົວ. ຊຸດນີ້ສະແດງໃຫ້ເຫັນເຖິງຄວາມພາກພູມໃຈ ໃນຜະລິດຕະພັນກະສິກໍາຂຶ້ນຊື່ຂອງທ້ອງຖິ່ນນັ້ນກໍຄື ໝາກກ້ຽງຫວານ
ເລືອກ Package ໂຫວດ