Gallery
ຫລວງພະບາງ - LUANG PRABANG
ແຈັກກີ່ - ອາວອຍ ຄົງສະຫວັນ
JACKKY - AVOY KHONGSAVANH
ຮູ້ຈັກໃຫ້ຫລາຍຂຶ້ນ
- ແຈັກກີ່ ເກີດ ແລະ ເຕີບໃຫ່ຍທີ່ ແຂວງຫຼວງພະບາງ ຈົບການສຶກສາ ປະລິນຍາຕີ ຄະນະພາສາສາດ ສາຂາ ສື່ສານມວນຊົນ ມະຫາວິທະຍາໄລ ສຸພານຸວົງ. ມັກກິລາ ບານເຕະ ຫລົງໄຫຼການຖ່າຍຮູບ ມັກການລົງມືເຮັດວຽກ ຮ່ວມກັບຊຸມຊົນ. ໃນຕອນຮຽນ ມໍ 7 ເຄີຍຂັບລົດສົ່ງອາຫານ ເພື່ອຫາເງິນຮຽນໄປພ້ອມ. ມັກການສ້າງເຮືອໄຟເຂົ້າຮ່ວມບຸນປະເພນີອອກພັນສາ ແລະ ຕອນນີ້ ໄດ້ເຮັດອາຊີບເປັນຊ່າງຖ່າຍຮູບ ອິດສະຫຼະ ຕັ້ງແຕ່ເລີ່ມຮຽນຈົບ ມໍ 7 ຈົບເຖິງປັດຈຸບັນ. ເປົ້າໝາຍ ຢາກເປັນຄົນທີ່ມີຊື່ສຽງ ມີອິດສະຫຼະທາງດ້ານການເງີນ ເບິ່ງແຍງຄອບຄົວ ໃຫ້ມີຄວາມສະດວກສະບາຍ ແລະ ສົ່ງເສີມການສຶກສາໃນເຂດຊົນນະບົດ ສ້າງວີຊາຊີບ ໃຫ້ເຂົາເຈົ້າມີລາຍໄດ້ທີ່ໝັ້ນຄົງ. ສິ່ງທີ່ທ້າທາຍ ຄືການລອງເຮັດສິ່ງໃໝ່ໆ ຮຽນຮູ້ປະສົບການຈາກການປະຕິບັດຕົວຈິງໃຫ້ຫຼາຍ ການປັບຕົວໃຫ້ເຂົາກັບກຸ່ມຄົນ ແລະ ການແກ້ໄຂສະຖານະການທີ່ມີບັນຫາ ດ້ວຍຕົວເອງໃຫ້ໄດ້. ການເປັນໂຕແທນ ແຂວງບ້ານເກີດ ຄືຄວາມພູມໃຈທີ່ສຸດ ແລະ ແຈັກກີ້ ຈະເຮັດໃຫ້ດີທີ່ສຸດທຸກວິນາທີ ເພື່ອນຳສາຍສະພາຍ ຫລວງພະບາງ ໄປເຖິງເສັ້ນໄຊ
ເລືອກ Package ໂຫວດ