Gallery
ອຸດົມໄຊ - OUDOMXAY
ດີ່ດີ້ - ລັດທະພົນ ສີລິຈັນໂທ
DEDEE - LADTHAPHON SILICHANTHO
160
ຄະແນນໂຫວດ
🎂
23 Aug 2008
176cm
ຮູ້ຈັກໃຫ້ຫລາຍຂຶ້ນ
"ຄົນເຮົາອາດບໍ່ເລືອກຈຸດເລີ່ມຕົ້ນຂອງຊີວິດໄດ້ ແຕ່ສາມາດເລືອກປາຍທາງທີ່ຢາກໄປເຖິງໄດ້" ດີ່ດີ້ ຕົວແທນ ແຂວງ ອຸດົມໄຊ. ເກີດ ແລະ ເຕີບໃຫຍ່ຢູ່ ນະຄອນຫຼວງວຽງຈັນ. ເຖິງຈະສູນເສຍພໍ່ຕັ້ງແຕ່ຍັງນ້ອຍ ແຕ່ຄວາມຮັກ ແລະ ການເສຍສະຫຼະຂອງແມ່ ໄດ້ຫຼໍ່ຫຼອມໃຫ້ເປັນຄົນທີ່ບໍ່ຍອມແພ້. ກຳລັງສຶກສາຢູ່ ວິທະຍາໄລ ການລົດໄຟລາວ-ຈີນ. ເປັນຄົນມັກອອກກຳລັງກາຍ ຫຼິ້ນກິລາ, ດົນຕີ ແລະ ຮ້ອງເພງ. ເປັນອາສາກູ້ໄພ ໄດ້ຮ່ວມພາລະກິດຊ່ວຍດັບໄຟປ່າທີ່ພູພະນັ່ງ ແລະ ວັງວຽງ. ເຂົາເຊື່ອວ່າຄວາມກ້າຫານບໍ່ແມ່ນການບໍ່ຢ້ານ ແຕ່ແມ່ນການກ້າລົງມືເມື່ອຜູ້ອື່ນຕ້ອງການ. ຄວາມຫຼໍ່ທີ່ແທ້ຈິງ ບໍ່ແມ່ນຢູ່ທີ່ໃບໜ້າພຽງຢ່າງດຽວ ແຕ່ຢູ່ທີ່ຫົວໃຈທີ່ພ້ອມສ້າງປະໂຫຍດໃຫ້ຜູ້ອື່ນ ນັ້ນຄືຕົວຕົນທີ່ເຂົາຢາກຈະເປັນ.
ເລືອກ Package ໂຫວດ