Gallery
ຜົ້ງສາລີ - PHONGSALY
ທອງ - ທອງວັນ ແດງວິລະເສນ
THONG - THONGVANH DENGVILASEN
ຮູ້ຈັກໃຫ້ຫລາຍຂຶ້ນ
- ທອງ ເກີດ ແລະ ເຕີບໃຫຍ່ທີ່ ເມືອງ ຂວາ ແຂວງ ຜົ້ງສາລີ. ຮຽນຈົບສາຂາ ການພົວພັນສາກົນ ຈາກຄະນະນິຕິສາດ-ລັດຖະສາດ ທີ່ມະຫາວິທະຍາໄລແຫ່ງຊາດ. ປັດຈຸບັນເປັນນັກຜະລິດຂ່າວ ແລະ ສອນພາສາອັງກິດໃຫ້ເດັກນ້ອຍ, ເປັນທາດໝາ, ມັກຟັງເພງ ອ່ານໜັງສືກ່ຽວກັບຈິດຕະວິທະຍາ ແລະ ຂ່າວວິທະຍາສາດ, ຫຼົງໄຫຼໃນການແລ່ນ-ອອກກຳລັງກາຍ ແລະ ການເປັນອາສາສະໝັກ. ພິເສດມັກຖ່າຍຮູບ, ຕັດຕໍ່ພາບ-ວີດີໂອ ຈົນໄດ້ເປັນຄູຝຶກສອນການຜະລິດຂ່າວຮ່ວມກັບອົງການຈັດຕັ້ງສາກົນ ແລະ ສື່ຂ່າວໃນລາວເຊັ່ນ: CARE international in Laos, ສະມາຄົມນັກຂ່າວລາວ ແລະ Lao Youth Radio. ພ້ອມທັງໄດ້ເປັນກະບອກສຽງໃຫ້ພໍ່ແມ່ປະຊາຊົນລາວໃນດ້ານການເຮັດກະສິກໍາ ລົງເກັບກໍາຂ່າວຫຼາຍແຂວງທີ່ຮ່ວມມືເຮັດໂຄງການກັບນັກການທູດຕ່າງປະເທດຈາກເອີຣົບ. ເປົ້າໝາຍໃນຊີວິດນອກຈາກການເປັນ Mister Universe Laos ແລ້ວ ໃນອະນາຄົດອີກ 4-5 ປີຂ້າງໜ້າ ຢາກໄປຮຽນຕໍ່ ປ.ໂທ ຢູ່ຕ່າງປະເທດ ເພາະຢາກເປັນນັກການທູດ ເພື່ອສານຕໍ່ສາຍພົວພັນສາກົນ
ເລືອກ Package ໂຫວດ