Gallery
ວັງວຽງ - VANG VIENG
ໝູແຮ໋ມ - ເກດແກ້ວ ແສງສະຫວ່າງວົງ
MOUHAEM - KEDKEO SENGSAVANGVONG
ຮູ້ຈັກໃຫ້ຫລາຍຂຶ້ນ
- ໝູແຮ໋ມ ເກີດ ແລະ ເຕີບໃຫຍ່ທີ່ ເມືອງ ວັງວຽງ ແຂວງວຽງຈັນ ຮຽນຈົບປະລິນຍາຕີ ສາຂາກົດໝາຍທຸລະກິດ ທີ່ມະຫາວິທະຍາໄລແຫ່ງຊາດ ໄດ້ຮັບໃບປະກາດແດງ ຫລື ກຽດນິຍົມ, ປັດຈຸບັນເຮັດວຽກເປັນພະນັກງານລັດຖະກອນ ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ. ເປັນຄົນມັກພັດທະນາຕົນເອງໃນທຸກໆດ້ານ ເພາະຈາກເດັກບ້ານນອກໂຕຈ່ອຍ, ຮ່າງບາງ ໄດ້ພະຍາຍາມອອກກຳລັງກາຍຫລາຍທີ່ສຸດ ແລະ ມັກກິລາ ເຕະບານ. ຫຼັງຈາກສູນເສຍພໍ່ ຈຶ່ງໄດ້ອອກຈາກບ້ານມາໃຊ້ຊີວິດໃນເມືອງຫຼວງດ້ວຍໂຕເອງ ຈົນສາມາດສອບເສັງໄດ້ວຽກທີ່ໝັ້ນຄົງ ແລະ ເປັນເສົາຫຼັກໃຫ້ຄອບຄົວ. ເປົ້າໝາຍ ຢາກເປັນຕົວຢ່າງໃຫ້ໜຸ່ມລາວ ໂດຍສະເພາະຄົນທີ່ມາຈາກຄອບຄົວທີ່ບໍ່ສົມບູນແບບ ໃຫ້ຮູ້ວ່າ ບ່ອນທີ່ເຮົາມາ ບໍ່ໄດ້ກຳນົດ ບ່ອນທີ່ເຮົາຈະໄປ ແລະ ຢາກໃຊ້ ເວທີ Mister Universe Laos ເປັນຈຸດເລີ່ມຕົ້ນ ຂອງຄວາມຝັນທີສອງ. ສິ່ງທີ່ທ້າທາຍ ຄືການກ້າວຂ້າມຜ່ານຄວາມຢ້ານຂອງໂຕເອງ ແຕ່ເຊື່ອວ່າ ຖ້າເຮົາກ້າ, ຕັ້ງໃຈ, ປັບປ່ຽນ ແລະ ໝັ້ນໃຈໃນໂຕເອງ ບໍ່ມີສິ່ງໃດທີ່ເຮັດບໍ່ໄດ້
ເລືອກ Package ໂຫວດ