Gallery
ນະຄອນຫລວງວຽງຈັນ - VIENTIANE PREFECTURE
ກະໂຕ້ງ - ພັນປະສິດ ພິລາວັນ
KATONG - PHANPASIT PHILAVANH
ຮູ້ຈັກໃຫ້ຫລາຍຂຶ້ນ
- ກະໂຕ້ງ ເກີດ ແລະ ເຕີບໃຫຍ່ຢູ່ທີ່ ນະຄອນຫຼວງວຽງຈັນ ຕອນນີ້ ເຮັດວຽກເປັນຫົວໜ້າພະແນກການຕະຫຼາດພາກສະໜາມ, ນັກສະແດງ, ອິນຟູເອັນເຊີ ແລະ ນາຍແບບອາຊີບ. ຄວາມສາມາດພິເສດ ຮ້ອງເພງ ເຄີຍປະກວດຮ້ອງເພງ ໄດ້ເຂົ້າຮອບສຸດທ້າຍຂອງ The Featuring. ໄດ້ມີໂອກາດເປັນອາສາສະໝັກໃຫ້ກັບ ອົງການຊ່ວຍເຫຼືອເດັກ Save the Student ແລະ ໄດ້ເປັນໂຕແທນໄວຫນຸ່ມລາວ ເດີນທາງໄປທັດສະນະສຶກສາ ທີ່ປະເທດຍີ່ປຸ່ນ ກ່ຽວກັບການລະເບີດຂອງເຕົາປະຕິກອນນິວເຄຼຍ ຢູ່ເມືອງ ຟູຄຸສິມະ. ເປົ້າໝາຍ ຢາກກາຍໄປເປັນຄົນທີ່ມີສື່ສຽງ ໃນດ້ານວົງການບັນເທີງລາວ ແລະ ເປັນສິນລະປິນທີ່ມີຄຸນນະພາບ ເພື່ອຮ່ວມເປັນສ່ວນຫນຶ່ງໃນການພັດທະນາວົງການລາວ ໃຫ້ກ້າວທັນຍຸກສະໃໝ. ມັກສອນອອກກຳລັງກາຍ, ຊ້ອມດົນຕຣີ ແລະ ເຕະບານ. ສີ່ງທີ່ທ້າທາຍທີ່ສຸດແມ່ນ ການທີ່ທຸກຄົນຄາດຫວັງກັບໂຕເອງສູງ ແລະ ຢາກເຮັດໃຫ້ທຸກຄົນພູມໃຈ ເລີຍພະຍາຍາມເຮັດໃຫ້ດີຂື້ນທຸກໆມື້ ເພາະເຊື່ອວ່າ ການພັດທະນາໂຕເອງທຸກມື້ ຈະເຮັດໃຫ້ຄວາມສຳເລັດມາເຖິງ
ເລືອກ Package ໂຫວດ