78creation
← Mister Universe Laos 2026
ຊັນ - ອານຸຊາ ສີຫາລາດ

Gallery

ວຽງຈັນ - VIENTIANE

ຊັນ - ອານຸຊາ ສີຫາລາດ

SUN - ANOUZA SIHALARD

721 ຄະແນນໂຫວດ
🎂 16 Dec 2005 190cm

ຮູ້ຈັກໃຫ້ຫລາຍຂຶ້ນ

- ຊັນ ເກີດ ແລະ ເຕີບໃຫຍ່ທີ່ ເມືອງ ທຸລະຄົມ ແຂວງ ວຽງຈັນ, ຕອນນີ້ເຮັດວຽກເປັນ ນັກວິສະວະກອນ, ເຄີຍເຂົ້າຮ່ວມປະກວດ Mister Universe Laos 2023 ໄດ້ເຂົ້າຮອບ Top18 ຫລັງຈາກທີ່ບໍ່ສາມາດຄົ້ວມົງໄດ້ ກັບໄປພັດທະນາໂຕເອງ ຮຽນຮູ້ຈາກຂໍ້ຜິດພາດ ແລະ ປີນີ້ ໄດ້ກັບມາອີກຄັ້ງໃນການເປັນຄົນໃຫມ່ ທີ່ມາພ້ອມກັບຄວາມກ້າຫານ ທີ່ຈະໃຊ້ທຸກປະສົບການ ແລະ ກົນລະຍຸດທີ່ມີ ເພື່ອໃຫ້ເປັນຜູ້ຊະນະ Mister Universe Laos 2026. ເຄີຍເດີນແບບ Lao Fashion Week 2023-2024, ຖ່າຍຫນັງສັ້ນ ແລະ ຫລີ້ນລະຄອນເວທີ ສະບັບພາສາອັງກິດ ຢູ່ສະຖາບັນພາສາຕ່າງປະເທດ, ຮຽນຈົບຊັ້ນສູງສາຂາ ພາສາອັງກິດ ເພື່ອການສື່ສານ ຈາກສະຖາບັນພາສາຕ່າງປະເທດໂລໂກສ ແລະ ປະລິນຍາຕີ ສາຂາວິສະວະກຳໂຍທາ ທີ່ ມະຫາວິທະຍາໄລແຫ່ງຊາດ. ເປົ້າຫມາຍ ຢາກເປັນນັກສະແດງ ແລະ ນາຍແບບລະດັບສາກົນ. ສິ່ງທີ່ທ້າທາຍ ຄືການຄົ້ນຫາໂຕຕົນຂອງໂຕເອງ ແລະ ຢາກໃຫ້ໂຕເອງເປັນໂຕຂອງໂຕເອງໃນເວີຊັ້ນທີ່ດີທີ່ສຸດ. ຝາກທຸກໆຄົນໃຫ້ກຳລັງໃຈ ຊັນ ອີກຄັ້ງໃນການກັບມາປະກວດຄັ້ງນີ້ ຈະຕັ້ງໃຈເຮັດທຸກວິນາທີໃຫ້ສົມກັບທຸກຄົນສົ່ງໃຈມາໃຫ້

ເລືອກ Package ໂຫວດ

ເລືອກ Package ໂຫວດ

ຊ່ອງທາງການຊຳລະເງິນ

ສະຫຼຸບການສັ່ງຊື້

Package
ຊ່ອງທາງຊຳລະ
ລວມທັງໝົດ