Gallery
ຈັນທະບູລີ - CHANTHABOULY
ເຈມ - ວິລະວົງ ຄຳພູວົງ
JAME - VILAVONG KHAMPHOUVONG
ຮູ້ຈັກໃຫ້ຫລາຍຂຶ້ນ
- ເຈມ ເກີດ ແລະ ເຕີບໃຫຍ່ທີ່ ນະຄອນຫລວງວຽງຈັນ ຈົບການສຶກສາຈາກ ສສ ຫວຽດນາມ ຄະນະ ສະຖາປັດຕະຍະກຳສາດ. ມັກກິລາລອຍນ້ຳ ແລະ ຫລົງໄຫລໃນການແຕ້ມຮູບ ຕາມຈິນຕະນາການ. ຕອນນີ້ ກຳລັງເຮັດວຽກຊ່ວຍ ທຸລະກິດຄອບຄົວ. ນ້ອງເຄີຍ ເສັງນັກຮຽນເກັງ ມໍ7 ລະດັບແຂວງນະຄອນຫລວງວຽງຈັນ ໃນວິຊາພາສາລາວ ແລະ ໄດ້ຮັບທືນ 100% ຈາກມະຫາວິທະຍາໄລແຫ່ງຊາດລາວ ໃນການໄປຮຽນຕໍ່ ສສ ຫວຽດນາມ. ການທີ່ຕັດສິນໃຈລົງປະກວດໃນເວທີ Mister Universe Laos 2026 ເຈມຢາກມີໂອກາດ ເປັນຕົວແທນຂອງຄົນລາວ ໄປຢືນຢູ່ເທິງເວທີການປະກວດລະດັບໂລກ ນຳສະເຫນີຄວາມເປັນຊາດລາວ ວັດທະນະທຳລາວ ສິ່ງທີ່ພວກເຮົາພູມໃຈໃຫ້ຊາວໂລກໄດ້ຮັບຮູ້. ເຈມ ເຊື່ອວ່າ ການເຮັດຕາມເປົ້າຫມາຍ ທີ່ເຮົາວາງໄວ້ ເພື່ອຕໍ່ຍອດຕົວເອງ ແລະ ສາມາດຕອບແທນຄືນແກ່ສັງຄົມ ມັນເປັນສິ່ງທີ່ຫນ້າພາກພູມໃຈ ແລະ ຖ້າພວກເຮົາທຸກຄົນສາມາດເປັນຕົວຢ່າງທີ່ດີ ສົ່ງເສີມຄວາມຮູ້ຄວາມສາມາດຂອງໄວຫນຸ່ມລາວ ເຈມເຊື່ອວ່າ ປະເທດລາວຈະກ້າວຫນ້າ ພັດທະນາໄດ້ໄວທີ່ສຸດ
ເລືອກ Package ໂຫວດ